ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ຈີນ ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ ຄັ້ງ​ທີ 11


ທ່ານ ຫຼີ​ຊ້າງ​ຝູ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະເທດ​ຈີນ

     ທ່ານ ຫຼີ​ຊ້າງ​ຝູ ທີ່​ປຶກສາ​ແຫ່ງ​ລັດ, ທັງ​ເປັນ​ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະເທດ​ຈີນ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ​ມົດ​ສະ​ກູ ຄັ້ງ​
ທີ 11 ເຊິ່ງ​ໄຂ​ຂຶ້ນ​ໃນ​ ວັນ​ທີ 15 ສິງຫາ ນີ້, ຢູ່​ນະຄອນຫຼວງ​ ມົດ​ສະ​ກູ ປະເທດ ​ຣັດ​ເຊຍ.

     ໃນ​ໂອກາດ​ດັ່ງກ່າວ, ທ່ານ ຫຼີ​ຊ້າງ​ຝູ ກ່າວ​ວ່າ: ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ, ໄດ້​ສະເໜີ​ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ, ສົ່ງເສີມ
​ທັດສະນະ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ມີ​ລັກສະນະ​ຮ່ວມ​ກັນ, ກວມ​ລວມ, ຮ່ວມ​ມື ແລະ ຍືນ​ຍົງ, ເດີນ​ຕາມ​ເສັ້ນທາງ​ແຫ່ງ​ຄວາມ​ໝັ້ນຄົງ​ແບບ​ໃໝ່​ທີ່ “ ສົນທະ
ນາ​ກັນ​ແຕ່​ຫາກ​ບໍ່​ແມ່ນ​ເປັນ​ປໍ​ລະ​ປັກ​ກັນ, ເປັນ​ເພື່ອນ​ມິດ​ກັນ​ແຕ່​ບໍ່​ຮ່ວມ​ກຸ່ມ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ ແຕ່​ຫາກ​ບໍ່​ແມ່ນ​ເກມ​ຜົນ​ລວມ​ເປັນ​ສູນ ” ເຊິ່ງ​
ໄດ້​ຮັບ​ສຽງ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາ​ຄົມ​ໂລກ.

     ຂໍ້​ລິ​ເລີ່ມ ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ​ໄດ້​ແບກ​ຫາບ​ຄວາມ​ປາຖະໜາ​ຕໍ່​ສັນຕິພາບ​ໂລກ, ຄວາມ​ຄອງ​ຄອຍ​ຕໍ່​ການ​ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ ກໍ​ຄື​
ການ​ສະແຫວງຫາ​ການ​ພັດທະນາ​ຮ່ວມ​ກັນ. ຝ່າຍ​ຈີນ​ຄອງ​ຄອຍ​ພ້ອມ​ກັບ​ປະເທດ​ຕ່າງໆ, ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ
ເພື່ອ​ເພີ່ມ​ຄວາມ​ໝັ້ນຄົງ ແລະ ພະລັງ​ແຮງ​ໃນ​ທາງ​ບວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ກັບ​ໂລກ​ທີ່​ສັບສົນ​ປັ່ນ​ປ່ວນ.

     ທ່ານ ຫຼີ​ຊ້າງ​ຝູ ກ່າວ​ຕື່ມ​ວ່າ: ກອງທັບ​ຈີນ​ ເປັນ​ກຳລັງ​ເດັດດ່ຽວ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ. ພວກ​ຂ້າພະເຈົ້າ​ຍິນ​ດີ​ສືບຕໍ່​ເພີ່ມ​ທະວີ​ຄວາມ
​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ດ້ານ​ການ​ທະຫານ ກໍ​ຄື​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງເຂດ​ຕ່າງໆ ກັບ​ກອງທັບ​ປະເທດ​ຕ່າງໆ, ຮ່ວມ​ກັນ​ສ້າງ​ເວ
ທີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ ເພື່ອ​ປະກອບສ່ວນ​ອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/08/2023